lo_act_text_ulb_l3/05/03.txt

1 line
1.4 KiB
Plaintext

\v 3 ເປໂຕກ່າວວ່າ, "ອານາເນຍ, ເປັນຫຍັງຊາຕານຈຶ່ງຄວບຄຸມຈິດໃຈຂອງທ່ານໃຫ້ຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ແລະຮັກສາເງິນສ່ວນຫນຶ່ງຂອງຄ່າດິນນັ້ນໄວ້? \v 4 ເມື່ອທີ່ດິນຍັງບໍ່ໄດ້ຖືກຂາຍນັ້ນ, ມັນກໍຍັງເປັນຂອງທ່ານບໍ່ແມ່ນຫລື, ແລະຫລັງຈາກຂາຍມັນໄປແລ້ວ, ມັນກໍຍັງຢູ່ໃນອຳນາດຂອງທ່ານບໍ່ແມ່ນຫລື? ສິ່ງໃດທີ່ເຮັດໃຫ້ໃຈຂອງທ່ານຄິດເຮັດແບບນີ້? ທ່ານບໍ່ໄດ້ຕົວະຕໍ່ມະນຸດ, ແຕ່ໄດ້ຕົວະຕໍ່ພຣະເຈົ້າ." \v 5 ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫລົ່ານີ້, ລາວກໍ່ລົ້ມລົງ ແລະ ສິ້ນໃຈ, ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍເກີດຄວາມເກງກົວທີ່ສຸດ. \v 6 ພວກຄົນຫນຸ່ມກໍເຂົ້າມາຫໍ່ສົບຂອງລາວ, ແລ້ວຫາມລາວອອກໄປຝັງ.