lo_act_text_ulb_l3/02/29.txt

1 line
1.4 KiB
Plaintext

\v 29 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີໃຈກ້າຫານທີ່ຈະກ່າວກັບພວກທ່ານເຖິງ ດາວິດ: ຜູ້ເປັນບັນພະບຸລຸດຂອງຂ້າພະເຈົ້າທ່ານຕາຍແລ້ວ ແລະຖືກຝັງໄວ້, ແລະອຸບໂມງຝັງສົບຂອງທ່ານກໍ່ຍັງຢູ່ກັບຂ້າພະເຈົ້າຈົນເຖິງທຸກມື້ນີ້. \v 30 ດ້ວຍເຫດນີ້, ທ່ານຈື່ງເປັນຜູ້ທຳນວາຍທີ່ຮູ້ວ່າພຣະເຈົ້າໄດ້ຊົງສາບານດ້ວຍຄຳປະຕິຍານກັບທ່ານວ່າ, ພຣະອົງຈະຊົງຕັ້ງຜູ້ຫນື່ງຈາກເຊື້ອສາຍຂອງທ່ານໃຫ້ນັ່ງຢູ່ເທິງບັນລັງຂອງທ່ານ. \v 31 ທ່ານໄດ້ຮູ້ເຫດການນີ້ລ່ວງຫນ້າ ແລະ ກ່າວເຖິງການຄືນຊີວິດຂອງພຣະຄຣິດເຈົ້າວ່າ, 'ພຣະອົງຈະບໍ່ຖືກປະຖີ້ມໄວ້ໃນແດນມໍຣະນາ, ແລະຈະບໍ່ເຮັດໃຫ້ພຣະກາຍຂອງພຣະອົງເນົ່າເປື່ອຍໄປ.'