1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 21 ຫລັງຈາກທີ່ທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະ ເຮັດໃຫ້ຄົນຈໍານວນຫລາຍມາເປັນສາວົກ, ທ່ານທັງສອງກໍກັບຄືນໄປທີ່ເມືອງລີສະຕຣາ, ແລ້ວໄປທີ່ເມືອງ ອີໂກນີອົມ, ແລະເມືອງອັນຕີໂອເຂຍ. \v 22 ທ່ານທັງສອງເຮັດໃຫ້ຈິດໃຈຂອງພວກສາວົກເຂັ້ມແຂງຂຶ້ນ ແລະ ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ, ໂດຍກ່າວວ່າ, “ຂ້າພະເຈົ້າຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກຫລາຍປະການ ໃນການເຂົ້າໄປສູ່ຣາຊອານາຈັກຂອງພຣະເຈົ້າ.” |