lo_act_text_ulb_l3/22/03.txt

1 line
1.6 KiB
Plaintext

\v 3 "ຂ້າພະເຈົ້າເປັນຊາວຢິວ, ເກີດທີ່ເມືອງຕາໂຊໃນແຂວງກີລີເກັຍ, ແຕ່ໄດ້ຮັບການສຶກສາໃນເມືອງນີ້ເຄີຍເປັນລູກສິດຂອງຄາມາລິເອນ. ຂ້າພະເຈົ້າໄດ້ຮັບການສັ່ງສອນຢ່າງເຄັ່ງຄັດຕາມກົດບັນຍັດຂອງບັນພະບຸລຸດຂອງເຮົາຂ້າພະເຈົ້າຫວງແຫນພຣະເຈົ້າເຊັ່ນດຽວກັບພວກທ່ານໃນວັນນີ້. \v 4 ຂ້າພະເຈົ້າໄດ້ຂົ່ມເຫັງພວກທີ່ຖືທາງນີ້ຈົນເຖິງຕາຍ, ຂ້າພະເຈົ້າໄດ້ຜູກມັດທັງຊາຍ ແລະ ຍິງ ແລະ ສົ່ງພວກເຂົາໄວ້ໃນຄຸກ, \v 5 ມະຫາປະໂລຫິດ ແລະ ພວກຜູ້ອາວຸດໂສທຸກຄົນສາມາດເປັນພະຍານໄດ້ ວ່າຂ້າພະເຈົ້າໄດ້ຮັບຈົດຫມາຍຈາກພວກເຂົາສຳລັບພີ່ນ້ອງໃນເມືອງດາມັສກັດ, ແລະ ໃຫ້ຂ້າພະເຈົ້າເດີນທາງໄປທີ່ນັ້ນຂ້າພະເຈົ້ານຳຜູ້ທີ່ຖືໃນທາງນີ້ກັບມາຍັງກຸງເຢຣູຊາເລັມເພື່ອຮັບການລົງໂທດ.