1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 26 ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນທາງນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານກໍລຸກຂຶ້ນໄປ. \v 27 ນີ້ແຫລະ, ມີຊາຍຄົນໜຶ່ງມາຈາກເອທີໂອເປຍ, ຊຶ່ງເປັນຂັນທີທີ່ເປັນຂ້າຣາຊການຂອງພະນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານເປັນນາຍຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງນັ້ນ. ທ່ານມານະມັດສະການໃນນະຄອນ ເຢຣູຊາເລັມ. \v 28 ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງສືເອຊາຢາຜູ້ທຳນວາຍຢູ່. |