lo_act_text_ulb_l3/02/14.txt

1 line
803 B
Plaintext

\v 14 ແຕ່ເປໂຕຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ, ແລ້ວກ່າວຕອບພວກເຂົາດ້ວຍສຽງດັງວ່າ, "ທ່ານຊາວຢູດາຍ ແລະ ທ່ານທຸກຄົນທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຂໍທ່ານຈົ່ງຮູ້ເລື່ອງນີ້; ຕັ້ງໃຈຟັງຖ້ອຍຄຳຂອງຂ້າພະເຈົ້າ. \v 15 ເພາະວ່າຄົນເຫລົ່ານີ້ບໍ່ໄດ້ເມົາດັ່ງທີ່ທ່ານຄິດ, ເພາະວ່າຕອນນີ້ເປັນເວລາເກົ້າໂມງເຊົ້າເທົ່ານັ້ນ.