lo_act_text_ulb_l3/05/26.txt

1 line
1.4 KiB
Plaintext

\v 26 ດັ່ງນັ້ນ ຫົວຫນ້າຮັກສາພຣະວິຫານກັບພວກເຈົ້າຫນ້າທີ່, ຈຶ່ງໄດ້ອອກໄປ, ແລະ ນຳເອົາພວກອັກຄະສາວົກກັບຄືນມາໂດຍບໍ່ໃຊ້ຄວາມຮຸນແຮງ, ເພາະວ່າພວກເຂົາຢ້ານວ່າປະຊາຊົນຈະແກວ່ງກ້ອນຫີນໃສ່. \v 27 ເມື່ອພວກເຂົາພາພວກອັກຄະສາວົກມາແລ້ວ, ກໍໃຫ້ຢືນຢູ່ຕໍ່ຫນ້າສະພາ, ແລ້ວມະຫາປະໂລຫິດຈຶ່ງສອບຖາມພວກ ທ່ານ, \v 28 ວ່າ, "ຂ້າພະເຈົ້າໄດ້ເຕືອນກັບພວກທ່ານຢ່າງຈິງຈັງແລ້ວວ່າບໍ່ໃຫ້ສັ່ງສອນໂດຍອອກຊື່ນີ້, ແຕ່ພວກທ່ານກຳລັງເຮັດ, ໃຫ້ຄຳສອນຂອງພວກທ່ານແຜ່ກະຈາຍໄປທົ່ວນະຄອນ ເຢຣູຊາເລັມ, ແລະຕ້ອງການໃຫ້ຄວາມຜິດເລື່ອງຂອງເລືອດຂອງຊາຍຄົນນີ້ຈະຕົກຢູ່ກັບພວກຂ້າພະເຈົ້າ."