1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 39 ຂ້າພະເຈົ້າຄືຜູ້ທີ່ເປັນພະຍານຂອງທຸກສີ່ງທີ່ພຣະອົງຊົງເຮັດ, ທັງໃນແຂວງຢູດາຍ ແລະ ໃນນະຄອນ ເຢຣູຊາເລັມ. ພຣະເຢຊູເຈົ້າອົງນີ້ແຫລະ ທີ່ພວກເຂົາຂ້າ ແລະ ແຂວນພຣະອົງໄວ້ເທິງຕົ້ນໄມ້, \v 40 ແຕ່ພຣະອົງນີ້ແຫລະ ທີ່ພຣະເຈົ້າຊົງໂຜດໃຫ້ເປັນຄືນມາຈາກຄວາມຕາຍໃນວັນທີສາມ ແລະຊົງໃຫ້ພຣະອົງປາກົດແຈ້ງ, \v 41 ບໍ່ໄດ້ຊົງສະແດງແກ່ທຸກຄົນ, ແຕ່ສະແດງຕໍ່ຜູ້ທີ່ເປັນພະຍານທີ່ພຣະເຈົ້າຊົງເລືອກໄວ້ລ່ວງຫນ້າຄື—ພວກເຮົາເອງທີ່ໄດ້ຮັບກິນ ແລະ ດື່ມກັບພຣະອົງ ຫລັງຈາກທີ່ພຣະອົງຊົງເປັນຄືນມາຈາກຄວາມຕາຍແລ້ວ. |