lo_act_text_ulb_l3/02/08.txt

1 line
1.4 KiB
Plaintext

\v 8 ເປັນຫຍັງພວກເຮົາຈຶ່ງໄດ້ຍິນພວກທ່ານ, ແຕ່ລະຄົນເວົ້າພາສາທ້ອງຖິ່ນຂອງພວກເຮົາ? \v 9 ເຊິ່ງແມ່ນຊາວປາເທຍ, ຊາວເມເດຍ, ແລະຊາວເອລາມ, ແລະຄົນທີ່ອາໄສຢູ່ໃນເຂດແດນ ເມໂຊໂປຕາເມຍ, ໃນແຂວງຢູດາຍ, ແລະແຂວງກາປາໂດເກຍ, ໃນແຂວງປົນໂຕ, ແລະ ແຂວງເອເຊຍ, \v 10 ໃນແຂວງ ຟີເຄຍ ແລະ ແຂວງປຳຟີເລຍ, ໃນປະເທດເອຢິບແລະບາງສ່ວນຂອງເມືອງລີເບຍ ເຊິ່ງຂຶ້ນກັບເມືອງກີລີເນນ, ແລະຄົນທີ່ມາຢາມຈາກນະຄອນໂຣມ. \v 11 ຊາວຢິວແລະພວກຄົນທີ່ເຂົ້າລັດທິຊາວຢິວ, ຊາວກະເຣເຕ ແລະ ຊາວອາຣາເບຍ, ພວກເຮົາຕ່າງກໍໄດ້ຍິນພວກທ່ານເວົ້າ ກ່ຽວກັບວຽກງານຮັບໃຊ້ອັນຍິ່ງໃຫຍ່ ຂອງພຣະເຈົ້າເປັນພາທ້ອງຖິ່ນຂອງເຮົາເອງ.