lo_act_text_ulb_l3/25/13.txt

1 line
1.6 KiB
Plaintext

\v 13 ຫລັງຜ່ານໄປຫລາຍວັນ, ກະສັດອັກຄີປາກັບ ພຣະນາງເບນີເກ ກໍມາທີ່ເມືອງກາຍຊາເຣຍເພື່ອຢ້ຽມຢາມເຟຊະໂຕຢ່າງເປັນທາງການ. \v 14 ຫລັງຈາກທີ່ເຂົາຢູ່ທີ່ນັ້ນຫລາຍວັນ, ເຟຊາໂຕໄດ້ສະເຫນີຄະດີຂອງໂປໂລແກ່ກະສັດ; ເຂົາກ່າວວ່າ "ມີຊາຍຄົນຫນຶ່ງ ຊິ່ງເຟລິກໄດ້ຂັງເປັນນັກໂທດຖິ້ມໄວ້ທີ່ນີ້. \v 15 ເມື່ອຂ້າພຣະເຈົ້າຢູ່ໃນກຸງເຢຣູຊາເລັມພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸດໂສຂອງຊາວຢິວນຳຄຳຟ້ອງຮ້ອງກ່າວໂທດຊາຍຜູ້ນີ້ຕໍ່ຂ້າພະເຈົ້າ, ແລະ ພວກເຂົາກໍຂໍໃຫ້ຂ້າພະເຈົ້າລົງໂທດເຂົາ. \v 16 ຂ້າພະເຈົ້າໄດ້ກ່າວຕໍ່ເລື່ອງນີ້ວ່າບໍ່ແມ່ນທຳນຽມທີ່ຊາວໂຣມຈະມອບສົ່ງຜູ້ໃດ ກ່ອນທີ່ຊາຍຜູ້ທີ່ຖືກກ່າວຫານັ້ນ ຄວນມີໂອກາດທີ່ຈະປະເຊີນກັບໂຈດຂອງເຂົາ ແລະ ປົກປ້ອງຕົວເອງເພື່ອແກ້ຂໍ້ກ່າວຫານັ້ນ.