lo_act_text_ulb_l3/11/22.txt

1 line
1.1 KiB
Plaintext

\v 22 ເລື່ອງນີ້ໄດ້ຍິນມາ​ຮອດ​ຫູ​ຂອງຄ​ຣິ​ສ​ຕະ​ຈັກໃນນະ​ຄອນ ເຢຣູຊາເລັມ, ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂັຍ. \v 23 ເມື່ອທ່ານ​ມາຮອດ ແລະ ເຫັນຂອງປະທານຈາກພຣະເຈົ້າ, ທ່ານ​ກໍ​ຍິນ​ດີ; ແລະທ່ານໄດ້​ຫນູນ​ໃຈພວກເຂົາທຸກຄົນໃຫ້ຫມັ້ນ​ຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສີ້ນສຸດໃຈ. \v 24 ເພາະວ່າບາຣະນາບາເປັນຄົນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ຄວາມເຊື່ອ, ແລະ ຄົນຈຳນວນຫລວງຫລາຍ​ກໍເພີ່ມເຂົ້າມາໃນອົງພຣະຜູ້ເປັນເຈົ້າ.