lo_act_text_ulb_l3/04/01.txt

1 line
1.3 KiB
Plaintext

\c 4 \v 1 ໃນຂະນະທີ່ ເປໂຕກັບໂຢຮັນ ກຳລັງເວົ້າກັບຄົນທັງປວງຢູ່ນັ້ນ, ບັນດາປະໂລຫິດ ແລະ ຫົວຫນ້າຮັກສາພຣະວິຫານ ແລະພວກຊາດູກາຍກໍພາກັນມາຫາພວກເຂົາ. \v 2 ຄົນເຫລົ່ານັ້ນມີຄວາມກັງວົນໃຈຫລາຍ. ເພາະວ່າເປໂຕກັບໂຢຮັນ ກຳລັງສັ່ງສອນຄົນທັງຫລາຍ ແລະ ປະກາດການຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄຣິດເຈົ້າ. \v 3 ພວກເຂົາຈຶ່ງຈັບທ່ານທັງສອງໄປ ແລະ ຂັງໄວ້ໃນຄຸກຈົນຮອດເຊົ້າມື້ຕໍ່ມາ, ເພາະວ່າໃນຕອນນັ້ນເວລາເປັນຄ່ຳແລ້ວ. \v 4 ແຕ່ຄົນຈຳນວນຫລາຍທີ່ໄດ້ຍິນຖ້ອຍຄຳນັ້ນກໍເຊື່ອ; ແລະ ນັບຈຳນວນຜູ້ຊາຍທີ່ເຊື່ອໄດ້ປະມານຫ້າພັນຄົນ.