lo_act_text_ulb_l3/07/22.txt

1 line
1.2 KiB
Plaintext

\v 22 ໂມເຊໄດ້ຮັບການສຶກສາ ແລະ ຮຽນຮູ້ທຸກຢ່າງຂອງຊາວເອຢີບ, ແລະ ທ່ານ​ກໍມີຄວາມສາມາດໃນການເວົ້າ ແລະ ວຽກງານ​ຕ່າງໆ. \v 23 ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານ​ກໍ​ຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ. \v 24 ທ່ານໄດ້ເຫັນຄົນອິດສະຣາເອນຄົນຫນຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢີບຄົນ​ນັ້ນ: \v 25 ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນ​ເລື່ອງນັ້ນ.