lo_act_text_ulb_l3/20/33.txt

1 line
1.0 KiB
Plaintext

\v 33 ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ, ທອງ, ຫລື ເສື້ອຜ້າຂອງໃຜເລີຍ. \v 34 ພວກທ່ານເອງກໍຮູ້ວ່າ ມືທັງສອງຂອງຂ້າພະເຈົ້າ ໄດ້ຈັດຫາສິ່ງຈຳເປັນສຳລັບຕົນເອງ ແລະ ສຳຫລັບພວກຄົນທີ່ຢູ່ກັບຂ້າພະເຈົ້າ. \v 35 ຂ້າພະເຈົ້າໄດ້ວາງແບບຢ່າງໃຫ້ທ່ານໃນທຸກເລື່ອງແລ້ວ, ໃນການທີ່ຈະຊ່ວຍຄົນທີ່ອ່ອນແອດ້ວຍການເຮັດວຽກ, ແລະທ່ານຄວນຈະລະລຶກເຖິງພຣະທຳຂອງພຣະອົງພຣະເຢຊູເຈົ້າ, ຕາມທີ່ພຣະອົງກ່າວວ່າ, "ການໃຫ້ເປັນເຫດໃຫ້ມີຄວາມສຸກ ກວ່າການຮັບ."