lo_act_text_ulb_l3/20/28.txt

1 line
1.2 KiB
Plaintext

\v 28 ເພາະສະນັ້ນຈົງລະວັງທັງຕົວທ່ານເອງ, ແລະຝູງແກະທີ່ພຣະວິນຍານບໍລິສຸດຊົງຕັ້ງທ່ານໄວ້ໃຫ້ເປັນຜູ້ດູແລໃຫ້ດີ. ຈົ່ງລະວັງທີ່ຈະດູແລຄຣິດຕະຈັກຂອງພຣະເຈົ້າ, ທີ່ພຣະອົງຊົງຊື້ມາດ້ວຍພຣະໂລຫິດຂອງພຣະອົງ. \v 29 ຂ້າພະເຈົ້າຮູ້ວ່າ ຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ, ຈະມີຝູງຫມາປ່າທີ່ດຸຮ້າຍເຂົ້າມາໃນພວກທ່ານ ແລະບໍ່ລະເວັ້ນຝູງແກະເລີຍ. \v 30 ຂ້າພະເຈົ້າຮູ້ວ່າ ແມ້ແຕ່ໃນພວກທ່ານເອງ ກໍຈະມີບາງຄົນທີ່ກ່າວສິ່ງທີ່ເຮັດໃຫ້ເຂົາໄປ ເພື່ອຊັກຊວນພວກສາວົກໃຫ້ຫລົງຕາມພວກເຂົາໄປ.