lo_act_text_ulb_l3/20/17.txt

1 line
1.8 KiB
Plaintext

\v 17 ໂປໂລຈຶ່ງສົ່ງຄົນເຫລົ່ານັ້ນຈາກເມືອງມີເລໂຕໄປຍັງເອເຟໂຊ ເພື່ອຮ້ອງບັນດາຜູ້ປົກຄອງຄຣິສຕະຈັກເຫລົ່ານັ້ນມາພົບທ່ານ. \v 18 ເມື່ອພວກເຂົາມາພົບທ່ານແລ້ວ, ທ່ານຈຶ່ງກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ດີວ່າ, ນັບຕັ້ງແຕ່ວັນແລກທີ່ຂ້ານ້ອຍໄດ້ຢ່າງເຂົ້າມາໃນແຂວງເອເຊຍ, ຂ້າພະເຈົ້າໄດ້ໃຊ້ເວລາຢູ່ກັບພວກທ່ານຢ່າງໃດ. \v 19 ຂ້ານ້ອຍໄດ້ຮັກສາການຮັບໃຊ້ພຣະເຈົ້າດ້ວຍຄວາມຕໍ່າຕ້ອຍທີ່ສຸດ ແລະ ດ້ວຍນໍ້າຕາ, ແລະ ດ້ວຍຄວາມທຸກທໍລະມານທີ່ເກີດຂຶ້ນນຳຂ້ານ້ອຍເພາະຊາວຢິວ. \v 20 ທ່ານຮູ້ດີວ່າເຮົາບໍ່ໄດ້ທໍ້­ຖອຍຈາກການປະ­ກາດແລະສັ່ງ­ສອນພວກທ່ານ ໃນທີ່ປະ­ຊຸມແລະຕາມບ້ານຕາມເຮືອນ. \v 21 ທັງເຕືອນສະ­ຕິຢ່າງຫນັກແຫນ້ນໃຫ້ພວກຢິວແລະ ພວກກຣີກ ເຖິງເລື່ອງການຖິ້ມໃຈເກົ່າເອົາ­ໃຈໃຫມ່ຈຳ­ເພາະພຣະ­ເຈົ້າ ແລະ ຄວາມເຊື່ອຈຳ­ເພາະພຣະ­ເຢຊູ­ເຈົ້າຂອງພວກເຮົາ.