\v 25 ເວລາປະມານທ່ຽງຄືນ ຂະນະໂປໂລກັບຊີລາອະທິຖານ ແລະຮ້ອງເພງສັນລະເສີນພຣະເຈົ້າ, ແລະພວກນັກໂທດຄົນອື່ນໆ ກຳລັງຟັງຢູ່. \v 26 ໃນທັນໃດນັ້ນກໍເກີດແຜ່ນດິນໄຫວຢ່າງຮຸ່ນແຮງຈົນຮາກຖານຄຸກສະເທືອນ; ແລະປະຕູຄຸກກໍເປີດອອກທຸກບານ, ໂຊ້ກໍຫລຸດອອກຈາກທຸກຄົນ.