lo_act_text_ulb_l3/16/16.txt

1 line
1.4 KiB
Plaintext

\v 16 ຕໍ່ມາຂະນະທີ່ກຳລັງໄປຍັງທີ່ສຳລັບອະທິຖານແຫ່ງຫນຶ່ງ, ມີຍິງສາວຄົນຫນຶ່ງມີວິນຍານຫມໍດູເຂົ້າສິງໄດ້ມາພົບກັບເຮົາ ນາງເຮັດໃຫ້ພວກເຈົ້ານາຍຂອງນາງໄດ້ເງິນຢ່າງຫລວງຫລາຍໂດຍການທຳນວາຍ. \v 17 ຜູ້ຍິງຄົນນີ້ເດີນຕາມໂປໂລກັບເຮົາໄປ, ຮ້ອງຂຶ້ນວ່າ, "ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ. ທ່ານເຫລົ່ານີ້ມາປະກາດທາງແຫ່ງຄວາມຮອດພົ້ນໃຫ້ກັບພວກທ່ານ." \v 18 ນາງເຮັດແບບນີ້ເປັນເວລາຫລາຍມື້. ຈົນໂປໂລຮູ້ສຶກລຳຄານນາງຫລາຍ, ຈຶ່ງຫັນໄປສັ່ງກັບວິນຍານນັ້ນວ່າ, "ຂ້າສັ່ງເຈົ້າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ໃຫ້ອອກໄປຈາກນາງດຽວນີ້." ແລ້ວວິນຍານຊົ່ວນັ້ນກໍອອກໄປທັນທີ.