lo_act_text_ulb_l3/08/09.txt

1 line
1.2 KiB
Plaintext

\v 9 ມີຊາຍຄົນຫນຶ່ງໃນເມືອງນັ້ນຊື່ວ່າ ຊີໂມນ, ທີ່ເປັນຄົນໃຊ້​ເວດ​ມົນ​ຄາ​ຖາ​ມາກ່ອນ, ລາວເຄີຍເຮັດ​ໃຫ້ຊາວຊາມາເຣຍຫລົງ​ໄຫລ, ເມື່ອລາວຍົກຕົວເອງໃຫ້ເປັນຜູ້ວິ​ເສດ. \v 10 ຊາວຊາມາເຣຍທຸກໆຄົນ, ຕັ້ງແຕ່ຄົນນ້ອຍທີ່​ສຸດຈົນເຖິງໃຫຍ່ທີ່ສຸດ, ຕ່າງ​ກໍສົນໃຈທີ່ຈະຟັງລາວ; ພວກເຂົາກ່າວວ່າ, "ຊາຍຄົນນີ້ເປັນ​ຣິດອຳ ນາດຂອງພຣະເຈົ້າເຊິ່ງຖືກເອີ້ນວ່າຣິດ​ອຳ​ນາດສູງສຸດ." \v 11 ພວກເຂົາຟັງຊີໂມນ. ເພາະວ່າລາວເຮັດໃຫ້ຄົນເຫລົ່ານັ້ນດືງ​ດູດ​ຫລົງ​ໄຫລ​ກັບເວດ​ມົນຂອງລາວມາດົນນານແລ້ວ.