lo_act_text_ulb_l3/07/06.txt

1 line
1.5 KiB
Plaintext

\v 6 ພຣະເຈົ້າກ່າວກັບທ່ານ​ດັ່ງ​ນີ້ວ່າ, ເຊື້ອ​ສາຍຂອງທ່ານຈະອາໄສຢູ່ຕ່າງປະເທດຊົ່ວຄາວ, ແລະ ຜູ້ຄົນໃນປະເທດນັ້ນຈະພາພວກເຂົາໄປເປັນຂ້າທາດ ແລະ ຂົ່ມເຫັງພວກເຂົາເປັນເວລາສີ່ຮ້ອຍປີ. \v 7 ພະເຈົ້າກ່າວວ່າ, 'ຂ້​າ​ພະ​ເຈົ້າຈະພິ​ພາກ​ສາຊົນຊາດທີ່ພວກເຂົາເປັນທາດຢູ່ນັ້ນ,' ຫລັງຈາກນັ້ນ ພວກເຂົາຈະອອກ​ມາ ແລະ ນະ​ມັດ​ສະ​ການຂ້າ​ພະ​ເຈົ້າ​ໃນ​ສະ​ຖານ​ທີ່​ແຫ່ງ​ນີ້.' \v 8 ພ​ຣະ​ອົງ​ຈຶ່ງໄດ້ໃຫ້ພັນທະສັນຍາແຫ່ງ​ພິ​ທີຕັດກັບອັບຣາຮາມເພາະເຫດນີ້, ເມື່ອອັບຣາຮາມໄດ້ກາຍເປັນບິ​ດາຂອງອີຊາກ ຈຶ່ງໄດ້ຮັບພິທີຕັດໃນວັນທີແປດ; ອີຊາກເປັນບິ​ດາຂອງຢາໂຄບ, ຢາໂຄບເປັນ​ບິ​ດາຂອງລູກຊາຍສິບສອງຄົນທີ່ເປັນບັນພະບຸລຸດຂອງຂ້າ​ພະ​ເຈົ້າ.