\v 35 ທ່ານຈຶ່ງກ່າວກັບພວກເຂົາວ່າ, "ທ່ານຊົນຊາດອິດສະຣາເອນ, ສິ່ງທີ່ທ່ານສະເຫນີທີ່ຈະເຮັດກັບຄົນເຫລົ່ານີ້ ຈົ່ງລະວັງໃຫ້ດີ. \v 36 ເພາະວ່າກ່ອນຫນ້ານີ້, ທູດາ ໄດ້ປະກົດຕົວຂື້ນໂດຍອ້າງວ່າ, ລາວເປັນຕົນສຳຄັນ, ມີຄົນປະມານສີ່ຮ້ອຍຄົນໄດ້ເຂົ້າຮ່ວມກັບລາວ. ລາວໄດ້ຖືກຂ້າຕາຍ, ແລະ ບັນດາຄົນທີ່ເຊື່ອຟັງລາວກໍກະແຈກກະຈາຍແລະຫາຍສາບສູນໄປ. \v 37 ຕໍ່ຈາກຊາຍຄົນນີ້ຄື, ຢູດາ ຊາວຄາລີລີໄດ້ປະກົດຕົວຂື້ນໃນລະຫວ່າງທີ່ມີການຂົດທະບຽນສຳມະໂນຄົວ ແລະກະຕຸ້ນຜູ້ຄົນໃຫ້ຕິດຕາມລາວ. ລາວກໍພິນາດດ້ວຍ, ແລະບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍໄປຫມົດ.