\v 31 ເມື່ອໂມເຊໄດ້ເຫັນແປວໄຟນັ້ນ, ທ່ານກໍເບິ່ງດ້ວຍ​ຄວາມປະຫລາດໃຈ; ເມື່ອທ່ານ​ເຂົ້າ​ໄປເບິ່ງໃກ້ໆ, ກໍໄດ້ຍິນພ​ຣະສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ກ່າວອອກ​ມາວ່າ, \v 32 'ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະຢາໂຄບ.' ໂມເຊກໍຢ້ານຈົນ​ໂຕສັ່ນບໍ່ກ້າທີ່ຈະແນມເບິ່ງ.