\v 39 ແລ້ວມີການໂຕ້ຖຽງກັນຢ່າງຮຸນແຮງ, ຈົນພວກເຂົາຕ້ອງແຍກຈາກກັນ, ແລະ ບາຣານາບາ ຈຶ່ງໄດ້ພາມາຣະໂກລົງເຮືອໄປກັບເຂົາ ໄປຍັງເກາະໄຊປຣັດ. \v 40 ແຕ່ໂປໂລເລືອກຊີລາ ແລະ ອອກເດີນທາງໄປ, ຫລັງຈາກທີ່ເຂົາໄດ້ມອບທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າແລ້ວ. \v 41 ທ່ານກໍເຂົ້າໄປຜ່ານ ແຂວງຊີເຣຍ ກັບແຂວງກີລີເກຍ, ກ່າວຫນູນໃຈຄຣິສຕະຈັກໃຫ້ເຂັ້ມແຂງ.