\v 24 ເມື່ອຫົວໜ້າຮັກສາພຣະວິຫານ ແລະ ພວກຫົວໜ້າມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫລາຍເຖິງເຫດການກ່ຽວກັບພວກອັກຄະສາວົກ. \v 25 ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ."