\v 22 ແຕ່ເມື່ອພວກເຈົ້າຫນ້າທີ່ໄປແລ້ວກໍບໍ່ພົບເຫັນພວກອັກຄະສາວົກຢູ່ໃນຄຸກ, ພວກເຂົາຈຶ່ງໄດ້ກັບມາລາຍງານວ່າ, \v 23 "ພວກເຮົາເຫັນປະຕູຄຸກປິດຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ທີ່ປະຕູ, ແຕ່ເມື່ອພວກເຮົາເປີດປະຕູເຂົ້າໄປ, ກໍບໍ່ເຫັນມີຜູ້ໃດຢູ່ພາຍໃນນັ້ນ."