\v 51 ທ່ານ​ພວກ​ຄົນ​ຫົວ​-ແຂງ ໃຈແຂງກະດ້າງ ແລະ ຫູ​ຕຶງ, ພວກທ່ານຂັດ​ຂວາງພຣະວິນຍານບໍຣິສຸດເຈົ້າ​ຢູ່ສະເຫມີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ. \v 52 ມີຜູ້​ທຳ​ນ​ວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນ​ດາ​ຜູ້​ທຳ​ນ​ວາຍທີ່ທຳນວາຍເຖິງການສະ​ເດັດມາຂອງ​ຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍ່ເປັນຄົນທໍລະຍົດ ແລະ ຄາດຕະກອນ​ຕໍ່​ພ​ຣະ​ອົງ​ດ້ວຍ, \v 53 ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າ​ເທວະ​ດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ."