\v 35 ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດ​ສິນ?'—ທ່ານ​ເປັນ​ຜູ້​ທີ່ພຣະເຈົ້າໄດ້ໄປ​ທີ່​ເປັນ​ທັງ​ຜູ້​ປົກ​ຄອງ ແລະ ຜູ້​ປົດ​ປ່ອຍ. ພ​ຣະ​ເຈົ້າ​ຊົງ​ໃຊ້​ທ່ານ​ໄປ​ໂດຍໂດຍມືຂອງເທວະ​ດາອົງຫນຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້. \v 36 ໂມເຊໄດ້ນຳພວກເຂົາອອກຈາກປະ​ເທດ​ເອຢີບ, ຫລັງຈາກໄດ້ປະຕິບັດການອັດສະຈັນ ແລະ ຫມາຍສຳ​ຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະ ລະ​ຫວ່າງ​ທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ. \v 37 ໂມເຊຄົນ​ດຽວ​ກັນ​ນີ້ ຜູ້ທີ່ກ່າວກັບ​ຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້​ຫນຶ່ງເກີດມາໃນທ່າມ​ກາງ​ພີ່ນ້ອງຂອງພວກທ່ານ, ທີ່ເປັນຜູ້​ທຳ​ນ​ວາຍຄືກັນກັບຂ້າ​ພະ​ເຈົ້າ.'