\v 4 ດັງນັ້ນ ບາຣະນາບາ ແລະ ໂຊໂລ ກໍເຊື່ອຟັງພຣະວິນຍານບໍຣິສຸດເຈົ້າຈຶ່ງລົງໄປທີ່ເມືອງແຊລູເກຍ; ຈາກທີ່ນັ້ນພວກທ່ານໄດ້ລົງເຮືອໄປທີ່ເກາະໄຊປຮັດ. \v 5 ໃນຂະນະທີ່ພວກທ່ານຢູ່ໃນເມືອງຊາລາມີ, ພວກທ່ານປະກາດພຣະ​ທຳຂອງພຣະເຈົ້າໃນທໍາມະສາລາຂອງຊາວຢິວ. ພວກທ່ານໄດ້ໂຢຮັນທີ່​ຊື່ມາຣະໂກເປັນຜູ້ຊວ່ຍດ້ວຍ.