\v 6 ເມື່ອພວກເຂົາມາປະຊຸມພ້ອມກັນ ພວກເຂົາກ່າວຖາມພຣະອົງວ່າ, "ອົງພຣະຜູ້ເປັນເຈົ້າ, ນີ້ເປັນເວລາທີ່ພຣະອົງຈະຕັ້ງຣາຊອານາ ຈັກຂື້ນໃໝ່ໃຫ້ກັບຊົນຊາດ ອິດສະຣາເອນບໍ?" \v 7 ພຣະເຢຊູຄຣິດເຈົ້າ ກ່າວກັບພວກເຂົາວ່າ, “ບໍ່ແມ່ນວຽກງານຫຍັງຂອງທ່ານທີ່ຈະຮູ້ເວລາ ແລະ ຍາມກຳນົດທີ່ພຣະບິດາເຈົ້າກຳນົດໄວ້ໂດຍສິດທິອຳນາດຂອງພຣະອົງເອງ. \v 8 ແຕ່ພວກທ່ານຈະໄດ້ຮັບຣິດອຳນາດ, ເມື່ອພຣະວິນຍານບໍຣິສຸດເຈົ້າລົງມາເທິງທ່ານ, ແລະ ພວກທ່ານຈະເປັນພະຍານຝ່າຍເຮົາ ທັງໃນນະຄອນ ເຢຣູຊາເລັມ, ແລະ ທົ່ວແຂວງ ຢູດາຍ, ແລະ ທົ່ວແຂວງຊາມາເຣຍ, ແລະ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ."