\v 30 ຄົນທັງເມືອງກໍເກີດອົນລະວົນ, ແລະ ປະຊາຊົນກໍແລ່ນເຂົ້າໄປ ແລະ ຈັບໂປໂລ. ພວກເຂົາດຶງລາກເພິ່ນອອກຈາກພຣະວິຫານແລ້ວກໍປິດປະຕູທັນທີ. \v 31 ຂະນະທີ່ພວກເຂົາກຳລັງຈະຂ້າເພິ່ນ, ຂ່າວກໍໄດ້ມາເຖິງນາຍພົນທະຫານ ​ວ່າທັງເມືອງເຢຣູຊາເລັມແມ່ນເກີດຄວາມສັບສົນວຸ້ນວາຍ.