\v 22 ໂປໂລຈຶ່ງຢືນຂຶ້ນກາງສະພາອາເລໂອປາໂຂ ແລ້ວກ່າວວ່າ"ທ່ານທັງຫລາຍທີ່ເປັນຊາວອາແຖນ" ຂ້າພະເຈົ້າເຫັນວ່າພວກທ່ານເປັນຄົນປະຕິບັດສາດສະນາໃນທຸກດ້ານ \v 23 ເພາະຂະນະທີ່ຂ້າພະເຈົ້າເດີນໄປຕາມທາງແລະໄດ້ສັງເກດສິ່ງທີ່ພວກທ່ານນະມັດສະການ ຂ້າພະເຈົ້າພົບທ່ອນຫນຶ່ງທີມີຄຳຈາລຶກໄວ້ວ່າ"ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ" ເພາະສະນັ້ນ ຂ້າພະເຈົ້າຈຶ່ງມາປະກາດພວກທ່ານເຖິງສິ່ງທີ່ທ່ານນະມັດສະການດ້ວຍຄວາມບໍ່ຮູ້