\v 15 ຄຳຂອງຜູ້ເຜີຍພຣະວັດຈະນະກໍໄດ້ຊອດຄ້ອງກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ວ່າ, \v 16 ພາຍຫລັງເຫດການເຫລົ່ານີ້, ເຮົາຈະກັບມາ ແລະເຮົາຈະສ້າງຫໍເຕັ້ນຂອງດາວິດ, ທີ່ພັງລົງ ຂຶ້ນມາໃຫມ່ ເຮົາຈະຕັ້ງຂຶ້ນໃຫມ່ ແລະ ຟື້ນຟູບ່ອນຫົກຫ້າງເພພັງຂອງມັນ, \v 17 ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາພຣະອົງພຣະຜູ້ເປັນເຈົ້າ, ຮ່ວມກັບພວກຕ່າງຊາດທັງຫມົດ ທີ່ອອກນາມຂອງເຮົາ. ' \v 18 ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງກ່າວ, ຜູ້ແຈ້ງເຫດການເຫລົ່ານີ້ ໃຫ້ຮູ້ຕັ້ງແຕ່ສະໄຫມໂບຮານກ່າວໄວ້ຢ່າງນີ້.