\v 27 ນາຍພົນຈຶ່ງໄດ້ມາ ແລະ ເວົ້າກັບເຂົາວ່າ "ຈົ່ງບອກເຮົາວ່າ, ທ່ານເປັນຄົນສັນຊາດໂຣມບໍ?" ໂປໂລກ່າວວ່າ, "ແມ່ນ" \v 28 ນາຍພົນຕອບວ່າ, "ຈະຕ້ອງໃຊ້ເງິນຈຳນວນຫລາຍ ທີ່ເຮົາຈະໄດ້ຮັບສັນຊາດ." ແຕ່ໂປໂລກ່າວວ່າ, "ຂ້າພຣະເຈົ້າເປັນຄົນສັນຊາດໂຣມແຕ່ກຳເນີດ." \v 29 ຈາກນັ້ນຄົນທັງຫລາຍທີ່ກຳລັງໄຕ່ສວນເຂົາກໍໄດ້ປ່ອຍເຂົາໄປທັນທີ. ນາຍພົນເອງກໍຢ້ານ, ເມື່ອເຂົາໄດ້ຮຽນຮູ້ວ່າໂປໂລເປັນຄົນສັນຊາດໂຣມ, ເພາະເຂົາໄດ້ມັດເພິ່ນໄວ້.