\v 22 ດັ່ງນັ້ນນາຍພົນຈຶ່ງໃຫ້ຊາຍຫນຸ່ມນັ້ນໄປ, ຫລັງຈາກແນະນຳເຂົາວ່າ, "ຢ່າບອກໃຜວ່າເຈົ້າໄດ້ບອກເລື່ອງນີ້ແກ່ເຮົາ." \v 23 ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາ ແລະ ກ່າວວ່າ, "ໃຫ້ຈັດກອງທະຫານສອງນາຍຮ້ອຍຄົນ ແລະ ທະຫານມ້າເຈັດສິບຄົນ ແລະ ນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍຊາເຣຍ. ທ່ານຈະອອກໃນເວລາເກົ້າໂມງຂອງຄືນນີ້." \v 24 ເຂົາຍັງໄດ້ສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະ ພາເຂົາໄປຫາເຟລິກຜູ້ປົກຄອງເມືອງຢ່າງປອດໄພ.