\v 13 ແລ້ວໂປໂລກັບພວກຂອງທ່ານກໍລົງເຮືອເດີນທາງອອກຈາກເມືອງປາໂຟໄປທີ່ເມືອງເປກາໃນແຂວງປໍາຟີເລຍ. ແຕ່ໂຢຮັນໄດ້ຖິ້ມພວກທ່ານກັບໄປ​ທີ່ນະຄອນ ເຢຣູຊາເລັມ. \v 14 ໂປໂລ ແລະ ພວກຂອງທ່ານໄດ້ເດີນທາງຈາກເມືອງເປກາມາຮອດເມືອງອັນຕິໂອເຂຍໃນແຂວງປີຊີເດຍ. ທີ່ນັ້ນພວກທ່ານໄດ້ເຂົ້າໄປໃນທໍາມະສາລາ ແລະ ນັ່ງລົງໃນວັນຊະບາໂຕ. \v 15 ຫລັງຈາກອ່ານພ​ຣະບັນຍັດ ແລະ ຖ້ອຍຄໍາຂອງຜູ້ທໍານວ​ຍາແລ້ວ, ບັນດາຜູ້ປົກຄອງທໍາມະສາລາກໍໃຊ້ຄົນໄປບອກກັບພວກທ່ານວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຖ້ອຍຄໍາຫນູນໃຈໃຫ້ກັບຄົນທີ່ນີ້, ກໍຂໍໃຫ້ກ່າວເຖີດ.”