\v 12 ຂະນະທີ່ຂ້າພະອົງກຳລັງເຮັດເຊັ່ນນີ້, ຂ້າພະອົງໄດ້ໄປຍັງເມືອງດາມັສກັດດ້ວຍສິດອຳນາດແລະ ຄຳສັ່ງຂອງພວກຫົວຫນ້າປະໂຣຫິດ; \v 13 ແລະ ເສັ້ນທາງທີ່ໄປທີ່ນັ້ນ, ໃນທັນໃດນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງໄດ້ເຫັນແສງສະຫວ່າງຈາກສະຫວັນທີ່ສະຫວ່າງຈ້າກວ່າດວງອາທິດ ແລະ ມັນໄດ້ສ່ອງຢູ່ຮອບທັງຕົວຂ້າພະອົງ. \v 14 ເມື່ອພວກເຮົາທຸກຄົນລົ້ມລົງກັບພື້ນ, ຂ້າພະອົງໄດ້ຍິນສຽງເວົ້າກັບຂ້າພະອົງກ່າວເປັນສຽງພາສາເຮັບເຣີວ່າ "ໂຊໂລ, ໂຊໂລເອີຍ ເຈົ້າຂົ່ມເຫັງເຮົາເຮັດຫຍັງ ? ຊຶ່ງເຈົ້າເຮັດໃຫ້ເຈັບຕົວເອງລ້າໆ.'