\v 18 ດັ່ງນັ້ນນາຍຮ້ອຍຈຶ່ງຮັບຊາຍຫນຸ່ມນີ້ໄປ ແລະ ໄດ້ນຳເຂົາໄປຫານາຍພົນ ແລະ ກ່າວວ່າ, "ໂປໂລຊິ່ງເປັນນັກໂທດໄດ້ຮ້ອງຂ້າພຣະເຈົ້າໄປຫາເຂົາ, ແລະ ໄດ້ຂໍໃຫ້ຂ້າພຣະເຈົ້ານຳຊາຍຫນຸ່ມຄົນນີ້ມາຫາທ່ານ. ເຂົາມີບາງສິ່ງທີ່ຈະບອກແກ່ທ່ານ." \v 19 ນາຍພົນຈຶ່ງຈັບມືຊາຍຫນຸ່ມໄປຍັງສະຖານທີ່ສ່ວນຕົວ ແລະ ຖາມເຂົາວ່າ, "ທ່ານຈະບອກຫຍັງແກ່ເຮົາ?"