\v 19 ໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມລົງນ້ຳດ້ວຍມືຂອງພວກເຂົາເອງ. \v 20 ເມື່ອດວງຕາເວັນ ແລະ ດວງດາວບໍ່ໄດ້ສ່ອງແສງໃສ່ພວກເຮົາຫລາຍວັນ, ແລະ ລົມພະຍຸໃຫຍ່ກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດຄວາມຫວັງທີ່ພວກເຮົາ ຈະລອດຊີວິດນັ້ນກໍຫມົດສິ້ນໄປ.