\v 16 ແຕ່ເປໂຕກໍຍັງເຄາະປະຕູຕໍ່ໄປ, ແລ້ວເມື່ອພວກເຂົາເປີດປະຕູມາ, ເຫັນທ່ານກໍປະ​ຫລາດໃຈ. \v 17 ເປໂຕຍົກມືໃຫ້ພວກເຂົາມິດ, ແລະທ່ານບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າຊົງພາທ່ານອອກມາຈາກຄຸກແບບໃດ. ທ່ານກ່າວວ່າ, “ຈົ່ງບອກເລື່ອງນີ້ກັບຢາ​ໂກ​ໂບ ແລະພວກພີ່ນ້ອງໃຫ້ຮູ້ນຳ.” ແລ້ວເພິ່ນກໍອອກໄປບ່ອນອື່ນ.