\v 34 ເພາະດາວິດບໍ່ໄດ້ຖືກຮັບຂຶ້ນໄປທີ່ສະຫວັນ, ແຕ່ທ່ານກ່າວວ່າ, ''ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງຢູ່ຂ້າງຂວາມືຂອງຂ້າພະເຈົ້າ, \v 35 ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານເປັນບ່ອນຮອງຕີນຂອງທ່ານ."' \v 36 ເພາະສະນັ້ນ, ຂໍໃຫ້ເຊື້ອສາຍອິດສະຣາເອນທັງຫມົດຮູ້ຢ່າງແຈ່ມແຈ້ງວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູຄຣິດເຈົ້າອົງນີ້ ທີ່ພວກທ່ານຄຶງໄວ້ທີ່ໄມ້ກາງແຂນ, ຜູ້ຊຶ່ງເປັນທັງອົງພຣະຜູ້ເປັນເຈົ້າ ແລະ ພຣະຄຣິດເຈົ້າ.