\v 22 ມາບັດນີ້, ພຣະວິນຍານບໍລິສຸດໄດ້ຊົງນຳຂ້າພະເຈົ້າ, ທີ່ຈະໄປຍັງນະຄອນເຢຣູຊາເລັມ ຊຶ່ງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າທີນັ້ນ. \v 23 ເວັ້ນໄວ້ແຕ່ພຣະ­ວິນ­ຍານ­ບໍ­ລິ­ສຸດຊົງເຕືອນສະ­ຕິເຮົາໃນທຸກບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມ­ທຸກລຳ­ບາກຄອຍຖ້າເຮົາຢູ່. \v 24 ແຕ່ເຮົາບໍ່ໄດ້ຖືວ່າຊີວິດຂອງເຮົາເປັນຂອງມີ­ຄ່າແກ່ເຮົາຢ່າງ­ໃດເພື່ອເຮົາຈະເຮັດຫນ້າ­ທີ່ຂອງເຮົາ, ແລະ ຈະໄດ້ປະ­ຕິ­ບັດງານທີ່ໄດ້ຮັບມອບຫມາຍຈາກອົງພຣະ­ຜູ້­ເປັນ­ເຈົ້າໃຫ້ສຳ­ເລັດ ຄືທີ່ຈະເປັນພະ­ຍານຢ່າງຄົບຖ້ວນເຖິງເລື່ອງຂ່າວປະ­ເສີດກ່ຽວກັບພຣະ­ຄຸນຂອງພຣະ­ເຈົ້ານັ້ນ.