lo_act_text_ulb_l3/23/01.txt

1 line
1.1 KiB
Plaintext
Raw Normal View History

\c 23 \v 1 ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາ ແລະກ່າວ, "ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າມີຊີວິດຢູ່ຕໍ່ພຣະພັກພຣະເຈົ້າດ້ວຍຈິດສຳນຶກອັນດີທຸກຢ່າງຈົນເຖິງທຸກວັນນີ້." \v 2 ມະຫາປະໂຣຫິດອານາເນຍໄດ້ສັ່ງໃຫ້ຜູ້ທີ່ຢືນຢູ່ຂ້າງໆ ໂປໂລຕົບປາກເພິ່ນ. \v 3 ຈາກນັ້ນໂປໂລໄດ້ກ່າວແກ່ເຂົາວ່າ, "ພຣະເຈົ້າຈະຊົງຕີທ່ານ, ທ່ານເປັນຝາທີ່ທ່າດ້ວຍປູນຂາວ ທ່ານກຳລັງນັ່ງພິພາກສາຂ້າພຣະເຈົ້າຕາມບົດບັນຍັດ, ທັງຍັງສັ່ງໃຫ້ຕົບຕີຂ້າພຣະເຈົ້າຊຶ່ງເປັນການຕໍ່ຕ້ານບົດບັນຍັດບໍ່?"