lo_act_text_ulb_l3/27/03.txt

1 line
1.4 KiB
Plaintext
Raw Normal View History

\v 3 ວັນຕໍ່ມາພວກເຮົາ ໄດ້ລົງຈອດເມືອງຊີໂດນ, ທີ່ຊຶ່ງຢູລີໂອໄດ້ມີ ໃຈເມດຕາຕໍ່ໂປໂລ ແລະ ຈຶ່ງໄດ້ອະນຸຍາດໃຫ້ ໂປໂລໄປຫາຫມູ່ເພື່ອນຂອງລາວ ເພື່ອຮັບການດູແລ. \v 4 ຈາກທີ່ນັ້ນ ພວກເຮົາໄດ້ໄປຍັງທະເລ ແລະ ແລ່ນເຮືອລຽບຝັ່ງຂອງເກາະໄຊປຣັດເປັນທີ່ກຳບັງລົມ, ເພາະລົມພັດຕ້ານພວກເຮົາຢູ່. \v 5 ເມື່ອພວກເຮົາລ່ອງເຮືອຂ້າມທະເລ ແລະ ໃກ້ກັບຊາຍຝັ່ງເມືອງກີລີເກຍ ແລະ ເມືອງປຳຟີເລຍ, ພວກເຮົາກໍມາເຖິງເມືອງມີຣາ, ໃນ ແຂວງລີເກຍ. \v 6 ໃນທີ່ນັ້ນ, ນາຍຮ້ອຍໄດ້ ພົບເຮືອລຳຫນຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປຍັງປະເທດອີຕາລີ. ເຂົາຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ.