2019-09-29 12:30:11 +00:00
|
|
|
\v 16 ໂປໂລກໍລຸກຂື້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍຈົ່ງຟັງເຖີດ. \v 17 ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າພະເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່ໃນແຜ່ນດິນຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດວ້ຍພຣະຫັດອັນຊົງຣິດ. \v 18 ພຣະອົງຊົງຈັດຫາສີ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະມານສີ່ສິບປີ.
|