lo_act_text_ulb_l3/07/26.txt

1 line
1.2 KiB
Plaintext
Raw Normal View History

\v 26 ມື້ຕໍ່ມາໂມເຊໄດ້ມາ​ພົບຄົນ​ອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງຕໍ່​ສູ້​ກັນຢູ່; ທ່ານ​ຈຶ່ງພະຍາຍາມທີ່ຈະເຮັດໃຫ້ພວກເຂົາຄືນ​ດີ​ກັນ; ທ່ານ​ກ່າວວ່າ, 'ຫມູ່ເພື່ອນເອີຍ, ພວກທ່ານເປັນພີ່ນ້ອງກັນ; ເປັນຫຍັງພວກ​ທ່ານຈຶ່ງຕໍ່​ສູ້​ກັນ ແລະ ກັນ?' \v 27 ແຕ່ຜູ້ທີ່ໄດ້ເຮັດຜິດຕໍ່ເພື່ອນບ້ານໄດ້ຍູ້ທ່ານ​ອອກໄປ, ແລະກ່າວວ່າ, 'ໃຜຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ຕັດສິນເຫນືອ​ພວກ​ຂ້າ​ພະ​ເຈົ້າ? \v 28 ທ່ານຢາກຈະຂ້າຂ້າ​ພະ​ເຈົ້າ, ຄືກັບທີ່ທ່ານໄດ້ຂ້າຊາວເອຢີບຄົນ​ນັ້ນໃນມື້ວານນີ້ບໍ?'