lo_act_text_ulb_l3/04/15.txt

1 line
1.5 KiB
Plaintext
Raw Normal View History

\v 15 ຫລັງຈາກນັ້ນ ພວກເຂົາກໍສັ່ງໃຫ້ພວກອັກຄະສາວົກອອກຈາກທີ່ປະຊູມສະພານັ້ນ, ແລ້ວພວກເຂົາຈຶ່ງສົນທະນາກັນໃນພວກເຂົາເອງ. \v 16 ພວກເຂົາກ່າວວ່າ, "ພວກເຮົາຈະເຮັດແນວໃດກັບຄົນເຫລົ່ານີ້? ເພາະວ່າຄວາມຈິງທີ່ພວກເຂົາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ ເຊິ່ງທຸກຄົນທີ່ອາໄສຢູ່ໃນນະຄອນ ເຢຣູຊາເລັມ; ກໍຮູ້ເລື່ອງນີ້ ເຊິ່ງພວກເຮົາກໍປະຕິເສດບໍ່ໄດ້. \v 17 ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ລາມອອກໄປທ່າມກາງປະຊາຊົນ, ພວກເຮົາຈະເຕືອນພວກເຂົາຢ່າໃຫ້ເວົ້າອອກຊື່ນີ້ກັບໃຜອີກຕໍ່ໄປ." \v 18 ດັ່ງນັ້ນພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ. ແລະສັ່ງຢ້ຳກັບພວກທ່ານບໍ່ໃຫ້ເວົ້າ ຫລື ສອນກ່ຽວກັບພຣະນາມຂອງພຣະເຢຊູຄຣິດເຈົ້າອີກເລີຍ.