2019-10-01 16:41:35 +00:00
|
|
|
\v 9 ມື້ຕໍ່ມາເວລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ. \v 10 ທ່ານເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່ນັ້ນ, ທ່ານກໍໄດ້ຮັບນິມິດ, \v 11 ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່ເຄື່ອງ, ເລື່ອນຕ່ຳລົງມາເບິ່ງຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ. \v 12 ໃນນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອຄານຢູ່ພື້ນດິນ, ແລະນົກໃນຟ້າອາກາດ.
|