lo_act_text_ulb_l3/05/19.txt

1 line
1.2 KiB
Plaintext
Raw Normal View History

\v 19 ແຕ່ໃນເວລາຕອນກາງຄືນ ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຄຸກ ແລະ ນຳພວກເຂົາອອກໄປ, ແລະກ່າວວ່າ, \v 20 "ຈົ່ງໄປ, ຢືນຢູ່ໃນພຣະວິຫານ ແລະ ໄດ້ເວົ້າກັບປະຊາຊົນກ່ຽວກັບບັນດາຖ້ອຍຄຳແຫ່ງຊີວິດນີ້." \v 21 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ພວກເຂົາກໍ່ໄດ້ເຂົ້າໄປໃນພຣະວິຫານຕອນຮຸ່ງເຊົ້າແລະສັ່ງສອນ. ແຕ່ເມື່ອມະຫາປະໂລຫິດ ແລະ ຜູ້ຕິດຕາມທີ່ຢູ່ກັບພວກເຂົາມາຮອດ, ກໍເອີ້ນປະຊຸມສະພາຂອງຊາວຢິວ, ພວກຜູ້ອາວຸໂສທັງຫມົດຂອງຊົນຊາດອິດສະຣາເອນ, ແລະໃຊ້ຄົນໄປທີ່ຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.