2019-10-02 07:57:12 +00:00
|
|
|
\v 32 ເຮົານໍາຂ່າວປະເສີດກ່ຽວກັບພຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າພະເຈົ້າ \v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.' \v 34 ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວດັ່ງນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ຫມັ້ນຄົງຂອງດາວິດແກ່ທ່ານ.'
|