lo_2ti_text_ulb_l3/02/24.txt

1 line
1.2 KiB
Plaintext

\v 24 ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງບໍ່ວິວາດຜິດຖຽງກັນ, ແຕ່ເປັນຄົນທີ່ສຸພາບຕໍ່ຄົນທັງປວງ ສາມາດສອນຄົນອື່ນໄດ້ ແລະ ມີຄວາມອົດທົນ \v 25 ເຂົາຕອ້ງເປັນຄົນທີ່ໃຫ້ຄວາມຮູ້ແກ່ຄົນທີ່ຕໍ່ຕ້ານເຂົາດ້ວຍຄວາມສຸພາບອ່ອນໂຍນ ເພື່ອວ່າພຣະເຈົ້າຈະເຮັດໃຫ້ຄົນເຫລົ່ານັ້ນກັບໃຈໂດຍຄວາມຮູ້ເຖິງຄວາມຈິງໄດ້. \v 26 ພວກເຂົາອາດຈະກັບເປັນຄົນທີ່ມີສະຕິອີກຄັ້ງ ແລະ ຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຫລັງຈາກທີ່ພວກເຂົາຖືກຈັບໂດຍມານຮ້າຍເພື່ອໃຫ້ເຮັດຕາມຄວາມປະສົງ ຂອງມັນ.